Menu

Vientiane International Half Marathon 2019

ການແລ່ນ " ວຽງຈັນ ຮາຟມາຣາທອນ ນານາຊາດ 2019" ຈະໄດ້ຈັດຂື້ນອີກຄັ້ງໃນວັນທີ 03 ມີນາ 2019

ບໍລິສັດເບຍລາວຂອງພວກເຮົາພາຍໃຕ້ການສະໜັບສະໜູນຂອງຜະລິດຕະພັນນ້ຳດື່ມກາຫົວເສືອ ຍັງຄົງເປັນຜູ້ສະຫນັບສະຫນູນຫລັກໃນການຈັດກິດຈະກຳດັ່ງກ່າວເປັນປີທີ 4 ຕິດຕໍ່ກັນ . ການຈັດງານໃນຄັ້ງນີ້ນອກຈາກຈະເປັນມະຫະກຳການແລ່ນເພື່ອສຸຂະພາບແລ້ວ ຍັງເປັນການສົ່ງເສີ່ມການທ່ອງທ່ຽວລາວໃຫ້ມີຄວາມຄຶກຄື້ນ.

ການແລ່ນ "ວຽງຈັນ ຮາຟມາຣາທອນ ນານາຊາດ 2019 " ໃນຄັ້ງນີ້ມີ 3 ປະເພດການແຂ່ງຂັນຄື:

  • ປະເພດທີ 1: ຮາຟ ມາຣາທອນ 21 ກມ ເລີ່ມແຂ່ງຂັນເວລາ 5:00 ໂມງເຊົ້າ.
  • ປະເພດທີ 2: ຮາຟ ມາຣາທອນ 10 ກມ ເລີ່ມແຂ່ງຂັນເວລາ 5:30 ໂມງເຊົ້າ.
  • ປະເພດທີ 3: ຮາຟ ມາຣາທອນ 5 ກມ ເລີ່ມແຂ່ງຂັນເວລາ 6:00 ໂມງເຊົ້າ.
  • ບໍລິສັດເບຍລາວຜູ້ສະຫນັບສະຫນູນຫລັກໃນການຈັດກິດຈະກຳດັ່ງກ່າວໄດ້ຮັບໂຄຕ້າຜູ້ເຂົ້າຮ່ວມການແລ່ນໂດຍບໍ່ເສຍຄ່າໃຊ້ຈ່າຍຈຳນວນ 75 ຄົນ.

ຖ້າຫາກເພື່ອນຮ່ວມງານທ່ານໃດຫາກສົນໃຈເຂົ້າຮ່ວມການແລ່ນເພື່ອສຸຂະພາບ, ກະລຸນາເຂົ້າໄປສະຫມັກຕາມ ລິ້ງ https://goo.gl/forms/2m60FeqPSnUftVEC3 ( ຊື່ ແລະ ນາມສະກຸນ, ເພດ, ອາຍຸ, ວັນ,ເດືອນ,ປີເກີດ ແລະ ສັນຊາດ), ສອບຖາມຂໍ້ມູນເພີ້ມເຕີ່ມນຳຜູ້ຮັບຜິດຊອບໂດຍກົງ ທ. ສິດປະເສີດ ແກ້ວຈະລັດ ໂທ: 020-99999196 ຊ້າສຸດບໍໃຫ້ກາຍວັນທີ 09 ກຸມພາ 2019.

ຫມາຍເຫດ: ຂໍຄວາມກະລຸນາເຂົ້າຮ່ວມໃຫ້ຖືກຕ້ອງຕາມໂມງເວລາທີ່ແຈ້ງຕາມແຕ່ລະປະເພດການແລ່ນຂ້າງເທິງນີ້ດ້ວຍ.

ຫວັງຢ່າງຍິ່ງວ່າຈະໄດ້ຮັບການຕອບຮັບຈາກບັນດາທ່ານໃນໄວໆນີ້.