Menu

Town Hall Meeting

ຜູ້ບໍລິຫານລະດັບສູງຂອງ Carlsberg Asia ແລະ ປະທານສະພາຜູ້ອຳນວຍການ ໃຫ້ຄວາມສຳຄັນຂອງການສະຫລຸບຜົນງານ ແລະ ວາງທິດທາງແຜນການປະຈຳປີ 2018 ຂອງບໍລິສັດເບຍລາວ ຈຳກັດ.

ໃນວັນທີ 11/01/2018 ທີ່ຫ້ອງສະໂມສອນໃຫຍ່ ບໍລິສັດເບຍລາວ ຈຳກັດ ໄດ້ຈັດກອງປະຊຸມສະຫລຸບວຽກງານທຸລະກິດປະຈຳປີ 2017 ແລະ ເຜີ່ຍແຜ່ນະໂຍບາຍ-ວາງທິດທາງແຜນການດຳເນີນງານປີ 2018.
        ໃນກອງປະຊຸມຜູ້ບໍລິຫານລະດັບສູງຂອງບໍລິສັດໄດ້ສະຫລຸບຜົນການດຳເນີນງານປະຈຳປີ 2017 ຜ່ານແຜນນະໂຍບາຍຍຸດທະສາດ ແລະ ທິດທາງໃນການດໍຳເນີນທຸລະກິດໃນປີ 2018 ເພື່ອເປັນທິດທາງໃຫ້ແກ່ການດໍຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນສຳເລັດຕາມລະດັບຄາດຫມາຍ.
ກອງປະຊຸມໃນຄັ້ງນີ້ບັນດາຫົວຫນ້າຝ່າຍແຕ່ລະຝ່າຍຍັງໄດ້ຜັດປ່ຽນກັນຂື້ນຕີລາຄາຄືນສະພາບການເຄື່ອນໄຫວທຸລະກິດໃນໄລຍະຜ່ານມາ ທີ່ມີທັງຂໍ້ສະດວກ ທີ່ເອື້ອອຳນວຍ, ຂໍ້ຫຍຸ້ງຍາກ-ຂໍ້ຄົງຄ້າງ ຫລາຍອັນທີ່ຕ້ອງໄດ້ພ້ອມກັນແກ້ໄຂ ອີງໃສ່ສະພາບເສດຖະກິດ ແລະ ສັງຄົມໃນປະຈຸບັນທີ່ມີການປ່ຽນແປງແຂ່ງຂັນກັນສູງໃນຕະຫລາດຂອງຜູ້ບໍລິໂພກ, ກາຍເປັນສິ່ງທີ່ທ້າທາຍໃຫ້ພວກເຮົາຕ້ອງໄດ້ມີການປັບປ່ຽນກົນລະຍຸດແບບແຜນໃຫມ່ ເພື່ອເຮັດໃຫ້ບໍລິສັດຂອງພວກເຮົາສາມາດເຕີບໂຕໄດ້ຢ່າງຍືນຍົງ. ປະທານບໍລິສັດກໍ່ໄດ້ສັງລວມສະພາບການໂດຍຫຍໍ້ ແລະ ໃຫ້ຄຳເຫັນເພື່ອປຸກລະດົມພາຍໃນໃຫ້ມີຄວາມເຂັ້ມແຂງໄປເລື້ອຍໆ
        ພາຍຫລັງກອງປະຊຸມໄດ້ມີການຈັດງານລ້ຽງພົບປະສ້າງສັນ ຮັດແຫນ້ນຄວາມສາມັກຄີພາຍໃນ. ໂດຍຕາງຫນ້າຈາກແຕ່ລະຝ່າຍກໍ່ໄດ້ກະກຽມການສະແດງຫລາກຫລາຍເພື່ອເປັນສີສັນ ແລະ ສ້າງຄວາມມ່ວນຊື່ນພາຍໃນງານເຮັດໃຫ້ບັນຍາກາດ ການສະຫລຸບຜົນງານປະຈຳປີ 2017 ແລະ ແຜນປີ 2018 ມີຄວາມມ່ວນຊື່ນ ແລະ ເປັນທີ່ຫນ້າປະທັບໃຈຂອງບັນດາຜູ້ເຂົ້າຮ່ວມເປັນຢ່າງດີ.