Menu

Lao Brewery Company and Tigerhead Water have supported this charity half-marathon as platinum sponsors for 11 years

Run for Children 2025: Over 3,000 Runners Unite for Lao Kids

The Run for Children 2025, held on 25 October, brought together more than 3,000 runners from Laos and around the world. 

Participants raced through the UNESCO World Heritage streets of Luang Prabang, past its ancient temples and along the scenic Mekong and Khan Rivers, turning the city into a lively celebration of sport and charity.

A Decade-Long Tradition Supporting Health and Children

What began as a small initiative to encourage healthier, more active lifestyles has grown into one of Laos’s most important charity events: the Run for Children – Luang Prabang Half Marathon. 

For 11 consecutive years, Lao Brewery Company (LBC), through its flagship drinking water brand Tigerhead, has served as the platinum sponsor of the event.

“It’s inspiring to see how the Run for Children unites people from all walks of life to support the well-being of Lao children,” said Henrik Juel Andersen, Managing Director of Lao Brewery Company. 

“We are proud to stand alongside the organizers, runners, and volunteers in this shared mission of care and compassion.”

Beyond promoting fitness, the event raises funds for the Lao Friends Hospital for Children (LFHC) in Luang Prabang, which provides free medical care to more than 30,000 children each year across northern Laos.

Children from eight provinces benefit not only from the hospital’s high-standard facilities and modern equipment but also from the dedication of volunteer doctors who work alongside local medical teams to provide care and share expertise.

Source: Run for Children 2025: Over 3,000 Runners Unite for Lao Kids - Laotian Times

ບໍລິສັດ ເບຍລາວ ຈຳກັດ ສານຕໍ່ພັນທະກິດ 11 ປີ ໃນການຊ່ວຍເຫຼືອເດັກນ້ອຍລາວ👏👏
ຈຸດເລີ່ມຕົ້ນມາຈາກຄວາມຄິດທຳມະດາຈາກກິດຈະກຳໃນການສົ່ງເສີມໃຫ້ຜູ້ຄົນໃສ່ໃຈສຸຂະພາບ ແລະ ຮັກໃນການອອກກຳລັງກາຍຫຼາຍຂຶ້ນ ປັດຈຸບັນໄດ້ກາຍເປັນໜຶ່ງໃນງານກຸສົນທີ່ມີຄວາມໝາຍອັນສຳຄັນຫຼາຍທີ່ສຸດໃນ ສປປ ລາວ ກໍ່ຄືງານ ແລ່ນເພື່ອເດັກນ້ອຍ ຫຼວງພະບາງຮາຟມາຣາທອນ ນັ້ນເອງ.
ຕະຫຼອດເວລາ 11 ປີຕິດຕໍ່ກັນ, ບໍລິສັດ ເບຍລາວ ຈຳກັດ ຜ່ານຜະລິດຕະພັນນ້ຳດື່ມຫົວເສືອ ໄດ້ມີຄວາມພາກພູມໃຈໃນການເປັນ ຜູ້ສະໜັບສະໜູນແພລັທທິນັມ ຂອງໂຄງການອັນຍິ່ງໃຫຍ່ນີ້. ພັນທະກິດທີ່ຍືນຍົງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ບໍລິສັດ ເບຍລາວ ຈຳກັດ ໃນການຮ່ວມພັດທະນາຊຸມຊົນ, ສົ່ງເສີມສຸຂະພາບ ແລະ ມີສ່ວນຮ່ວມຕໍ່ກັບສັງຄົມ.
“ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍທີ່ໄດ້ເຫັນວ່າທຸກໆປີງານ ແລ່ນເພື່ອເດັກນ້ອຍ ຫຼວງພະບາງຮາຟມາຣາທອນ ໄດ້ນຳພາຜູ້ຄົນຈາກຫຼາຍບ່ອນມາຮ່ວມກັນເພື່ອສົ່ງເສີມຄວາມເປັນຢູ່ທີ່ດີຂອງເດັກນ້ອຍລາວ,” ທ່ານ ເຮັນຣິກ ແອນເດີຊັນ, ຜູ້ອຳນວຍການໃຫຍ່ຂອງບໍລິສັດເບຍລາວ ໄດ້ກ່າວ. “ພວກເຮົາພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງ ແລະ ຢືນຄຽງຄູ່ກັບຜູ້ຈັດງານ, ນັກແລ່ນ ແລະ ອາສາສະໝັກໃນພາລະກິດແຫ່ງຄວາມເມດຕາ ແລະ ຄວາມເອົາໃຈໃສ່ນີ້.”
ຈຸດປະສົງຂອງງານນີ້ໄດ້ໃຫ້ຫຍັງຫຼາຍກວ່າການສົ່ງເສີມການອອກກຳລັງກາຍ. ງານນີ້ໄດ້ຖືກຈັດຂື້ນເພື່ອ ລະດົມທຶນໃຫ້ແກ່ໂຮງໝໍເດັກນ້ອຍຫຼວງພະບາງ Lao Friends Hospital for Children (LFHC) ທີ່ນະຄອນຫຼວງພະບາງ ເພື່ອມອບການປິ່ນປົວໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ແກ່ເດັກນ້ອຍຫຼາຍກວ່າ 30,000 ຄົນຕໍ່ປີ ໃນແຂວງທາງພາກເໜືອ.
ນອກເໜືອຈາກການລະດົມທຶນແລ້ວ ເດັກນ້ອຍຈາກ 8 ແຂວງ ທີ່ໄດ້ມາປິ່ນປົວຢູ່ທີ່ໂຮງໝໍດັ່ງກ່າວ ບໍ່ພຽງແຕ່ໄດ້ຮັບໂອການໃນການໃຊ້ປະໂຫຍດຈາກອຸປະກອນທີ່ທັນສະໄໝ ແລະ ມາດຕະຖານທີ່ດີຂອງໂຮງໝໍ, ແຕ່ຍັງໄດ້ຮັບການດູແລຈາກ ທີມແພດອາສາທີ່ເກັ່ງທີ່ສຸດຈາກທົ່ວໂລກ, ຜູ້ທີ່ສະຫລະເວລາ ແລະ ຄວາມຮູ້ເພື່ອດູແລ, ແບ່ງປັນປະສົບການ ແລະ ຊ່ວຍເຫຼືອບັນດາເດັກນ້ອຍຜູ້ທີ່ຕ້ອງການການປິ່ນປົວ ຄູ່ກັບທີມແພດຈາກບ້ານເຮົາຢ່າງໃກ້ຊິດ.
ງານ ແລ່ນເພື່ອເດັກນ້ອຍ ຫຼວງພະບາງຮາຟມາຣາທອນ ຂອງປີນີ້ ແມ່ນໄດ້ຈັດຂື້ນໃນວັນເສົາ ທີ່ 25 ຕຸລາ 2025 ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ແລະ ມີນັກແລ່ນຈາກທັງພາຍໃນ ສປປ ລາວ ແລະ ຕ່າງປະເທດ ຫຼາຍກວ່າ 3,000 ຄົນ ມາຮ່ວມແລ່ນຜ່ານເສັ້ນທາງມໍລະດົກໂລກຂອງນະຄອນຫຼວງພະບາງ ກໍ່ຄືການແລ່ນຜ່ານບັນດາວັດເກົ່າແກ່ອັນເປັນເອກະລັກຄູ່ນະຄອນຫຼວງພະບາງ ແລະ ຕາມແນວແມ່ນໍ້າຂອງ ແລະ ແມ່ນໍ້າຄານ, ທຸກກ້າວທີ່ແລ່ນໄປ ແມ່ນສັນຍາລັກຂອງຄວາມຫວັງ ແລະ ຄວາມເອົາໃຈໃສ່.
ບັນດານັກແລ່ນແລະຜູ້ສະໜັບສະໜູນທຸກຄົນທີ່ໄດ້ເຂົ້າຮ່ວມໃນງານອັນເຕັມໄປດ້ວຍຄວາມໝາຍແລະຄວາມສຳຄັນນີ້ ແມ່ນທຸກຄົນໄດ້ແບ່ງປັນເຈດຕະນາລົມອັນດຽວກັນກັບນ້ຳດື່ມຫົວເສືອ ກໍ່ຄື ບໍລິສັດ ເບຍລາວ ຈຳກັດ ໃນການສ້າງຄວາມແຕກຕ່າງ, ພິສູດໃຫ້ເຫັນວ່າທຸກກ້າວທີ່ແລ່ນໄປ ບໍ່ວ່າຈະເປັນກ້າວນ້ອຍຫຼືໃຫຍ່ ສາມາດປ່ຽນຊີວິດຂອງເດັກນ້ອຍໄດ້.

Source: (6) ບໍລິສັດ ເບຍລາວ ຈຳກັດ ສານຕໍ່ພັນທະກິດ 11 ປີ... - ໂທລະໂຄ່ງ THOLAKHONG | Facebook