Menu

ຊຸກຍູ້ຂະບວນການຍ່າງເພື່ອສຸຂະພາບ

ບໍລິສັດເບຍລາວ ຈຳກັດປະກອບສ່ວນອຸປະຖຳ ເນື່ອງໃນໂອກາດສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 132 ປີ

ໃນວັນທີ 27 ເມສາ 2018 ທີ່ ສູນກາງສະຫະພັນກຳມະບານລາວ ໄດ້ຈັດໃຫ້ມີພິທີມອບ-ຮັບການອຸປະຖຳເພື່ອຊຸກຍູ້ຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫລີມສະຫລອງວັນກໍຳມະກອນສາກົນ ຄົບຮອບ 132 ປີ, ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ ທັງເປັນການປຸກລະດົມໃຫ້ສະມາຊິກກຳມະບານ, ກຳມະກອນ-ຊາວຜູ້ອອກແຮງງານ ລະນຶກເຖິງວັນປະຫວັດສາດຂອງຊາວກຳມະກອນ ຜູ້ອອກແຮງງານໃນການປົກປ້ອງສິດຂອງຕົນໃນໄລຍະຜ່ານມາ. ທັງເປັນການຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈ ຕໍ່ວຽກງານກຳມະບານ ແລະ ເສີມຂະຫຍາຍສິດປະຊາທິປະໄຕ, ເພີ່ມທະວີຄວາມສາມັກຄີ ໃນຖັນແຖວກຳມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນກຳລັງແຮງໃນການຈັດຕັ້ງປະຕິບັດ ແນວທາງຂອງພັກ ສືບຕໍ່ເຮັດຫລ້ອນໜ້າທີ່ ທີ່ພັກ-ລັດ ວາງອອກໃຫ້ປະກົດຜົນເປັນຈິງ. ອີກທັງຍັງເປັນການສືບຕໍ່ສ້າງບັນຍາກາດໃຫ້ມີຄວາມຟົດຟື້ນ ແລະ ເບິກບານມ່ວນຊື່ນ ເຊິ່ງກິດຈະກຳດັ່ງກ່າວຈະຈັດຂື້ນໃນຕອນເຊົ້າຂອງວັນທີ 01 ພຶດສະພາ 2018 ຢູ່ສວນປະຕູໄຊນະຄອນຫລວງວຽງຈັນ.
ຕາງຫນ້າບໍລິສັດເບຍລາວຈຳກັດ ກ່າວມອບໂດຍທ່ານ ບຸນກັນ ກຸລະບຸດ ຜູ້ອຳນວຍການຝ່າຍປະຊາສຳພັນ ແລະ ກິດຈະກຳເພື່ອສັງຄົມ ທັງເປັນປະທານສະຫະພັນກຳມະບານບໍລິສັດເບຍລາວ ກ່າວຮັບໂດຍແມ່ນທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ ໂດຍມີພະນັກງານຂອງທັງສອງຝ່າຍທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.