Menu

Pepsi Singing Contest 8

ໃນຄ່ຳຄືນຂອງວັນທີ 17 ພຶດສະພາ 2019 ທີ່ ຫໍວັດທະນະທຳແຫ່ງຊາດ ໄດ້ມີການປະກວດຮ້ອງເພັງ Pepsi Singing Contest 8

ນ້ອງໆຜູ້ເຂົ້າປະກວດທີ່ຜ່ານເຂົ້າຮອບສຸດທ້າຍຈຳນວນ 12 ຄົນ ໄດ້ອອກມາສະແດງຄວາມສາມາດ ທາງດ້ານການຮ້ອງເພັງ ດ້ວຍການໂຊພະລັງສຽງຢ່າງເຕັມທີໂດຍຜ່ານການສະແດງທີ່ຫລາກຫລາຍ. ຜ່ານການຕັດສິນຂອງຄະນະກໍຳມະການຜູ້ທີ່ໄດ້ຮັບຊະນະເລີດລາງວັນທີ 1 ໄດ້ແກ່ P10 ນາງ ນຸດສະບາ ດາວວະດິງ (ເຈນນີ້) ນັກສຶກສາ ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ ຈາກມະຫາວິທະຍາໄລແຫ່ງຊາດ, ໄດ້ຮັບເງິນລາງວັນມູນຄ່າ 15 ລ້ານກີບ, ດື່ມເປັບຊີຟຣີ 1 ປີ ແລະ ຂັນລາງວັນຊະນະເລີດຈາກໂຄງການ Pepsi Singing Contest ພ້ອມດຽວກັນຍັງໄດ້ເຂົ້າເປັນສິລປິນ ໃນສັງກັດຂອງຄ້າຍເພັງທີ່ມີຊື່ສຽງຂອງປະເທດລາວ ພ້ອມດຽວກັນນີ້ກໍ່ມີຊິງເກິລເພັງເປັນຂອງໂຕເອງ.

  • ຮອງຊະນະເລີດອັນດັບທີ 1 ໄດ້ແກ່ P05 ນາງ ຈັນຖະຫນອມ ແກ້ວມໍລະກົດ (ເຈນນີ້ ເບລລາ) ນັກສຶກສາຈາກວິທະຍາໄລລາວ ສຸດສະກະ, ໄດ້ຮັບເງິນລາງວັນ 10 ລ້ານກີບ, ດື່ມເປັບຊີຟຣີ 1 ປີ ພ້ອມດ້ວຍຂັນລາງວັນ.
  • P07 ທ້າວ ກິດຕິສັກ ບົວສະຫວັນ (ກ໊ອດ) ຈາກໂຮງຮຽນສິລປະດົນຕຣີ ຂະແຫນງ ຮ້ອງ-ຂັບລຳ, ໄດ້ຮັບເງິນລາງວັນ 8 ລ້ານກີບ, ດື່ມເປັບຊີຟຣີ 1 ປີ
  • ພ້ອມດ້ວຍຂັນລາງວັນ.
  • ລາງວັນຂວັນໃຈມະຫາຊົນໄດ້ແກ່ P02 ນາງ ມົນທິບ ດວງລາຕີ (ຫມວຍ) ນັກສຶກສາຈາກຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບເງິນລາງວັນ 5 ລ້ານກີບ.
  • ລາງວັນການສະແດງດີເດັ່ນໄດ້ແກ່ທີມຂອງໂຄທ ໂຕ້ ເອັກສຕຣີມ ໄດ້ຮັບລາງວັນເງິນສົດມູນຄ່າ 5,000,000 ກີບ.
  • ນອກຈາກນີ້ຍັງມີລາງວັນພິເສດ Gift Voucher ມູນຄ່າ 1,000,000 ກີບ, 2 ລາງວັນ ຈາກຮ້ານ ຟຣີ ແມນ ໄດ້ແກ່ P10 ນາງ ນຸດສະບາ ດາວວະດິງ (ເຈນນີ້) ແລະ P03 ທ້າວ ວົງສັກ (ຕົ້ນ)

ໂຄງການປະກວດຮ້ອງເພັງ Pepsi Singing Contest 8 ເປັນການເປີດໂອກາດໃຫ້ໄວຫນຸ່ມລາວຜູ້ທີ່ມີຄວາມສາມາດ ແລະ ມັກຮັກໃນການຮ້ອງເພັງໄດ້ມີເວທີໃນການສະແດງຄວາມສາມາດ, ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ຫລີກລ້ຽງຈາກສິ່ງບໍ່ດີຕ່າງໆ ແລະ ສ້າງໂອກາດໃຫ້ນ້ອງໆໄດ້ກ້າວມາເປັນນັກຮ້ອງ, ນັກສະແດງມືອາຊີບໃນວົງການບັນເທິງລາວ.

ໃນຂະນະດຽວກັນຜະລິດຕະພັນເຄື່ອງດື່ມ ເປບຊີ ກໍ່ໄດ້ມີໂອກາດໃນການໂຄສະນາ ແລະ ສ້າງຍອດຂາຍເພີ້ມຂື້ນ ພ້ອມດຽວກັນນີ້ກໍ່ຍັງເປັນການສ້າງແບຣນ Pepsi ໃຫ້ເປັນຍີ່ຫໍ້ນ້ຳອັດລົມອັນດັບໜຶ່ງ ໃນ ສປປ ລາວ ນໍຳອີກດ້ວຍ