Menu

Pepsi Singing Contest 2018

ໃນຄ່ຳຄືນຂອງວັນທີ 20 ກັນຍາ 2018 ໄດ້ມີການປະກວດຮ້ອງເພັງ Pepsi Singing Contest 7 ທີ່ ຫໍວັດທະນະທຳແຫ່ງຊາດ ໂດຍນ້ອງໆຜູ້ເຂົ້າປະກວດທີ່ຜ່ານເຂົ້າຮອບສຸດທ້າຍຈຳນວນ 12 ນ້ອງ.

ຜ່ານການຕັດສິນຂອງຄະນະກຳມະການຜູ້ທີ່ໄດ້ຮັບຊະນະເລີດລາງວັນທີ 1 ໄດ້ແກ່ ນາງ ວິສຸດາ ໄຊຍະສານ (ເອັມມີ້) P09 ສາວນ້ອຍຈາກແຂວງສະຫວັນນະເຂດ, ໄດ້ຮັບເງິນລາງວັນມູນຄ່າ 15 ລ້ານກີບ, ດື່ມເປັບຊີຟຣີ 1 ປີ ແລະ ຂັນລາງວັນຊະນະເລີດຈາກໂຄງການ Pepsi Singing Contest ນອກຈາກນີ້ນ້ອງ ເອັມມີ້ ຍັງໄດ້ຮັບລາງວັນຂວັນໃຈປະຊາຊົນ ໄດ້ຮັບເງິນສົດ 5,000,000 ກີບ. ພ້ອມດຽວກັນຍັງໄດ້ເຂົ້າເປັນສິລປິນໃນສັງກັດຂອງຄ້າຍເພັງທີ່ມີຊື່ດັງຂອງປະເທດລາວ, ຮອງຊະນະເລີດອັນດັບທີ 1 ໄດ້ແກ່ນາງ ຄຳປ໋ອງ ຄຳວິລະບົວພັນ (ອ້ອຍ) P11 ຈາກໂຮງຮຽນວິທະຍາໄລລາວ-ອາເມລິກາ, ໄດ້ຮັບເງິນລາງວັນ 10 ລ້ານກີບ, ດື່ມເປັບຊີຟຣີ 1 ປີ ພ້ອມດ້ວຍຂັນລາງວັນ, ຮອງຊະນະເລີດອັນດັບທີ 3 ແມ່ນນາງ ບົວທິບພະຈັນ ມະນີວັນ (ກະຕ່າຍ) P01, ຈາກໂຮງຮຽນກຽດຕິສັກນາໆຊາດ, ໄດ້ຮັບເງິນລາງວັນ 8 ລ້ານກີບ, ດື່ມເປັບຊີຟຣີ 1 ປີ ພ້ອມດ້ວຍຂັນລາງວັນ, ລາງວັນການສະແດງດີເດັ່ນໄດ້ແກ່ທີມຂອງໂຄທ ໂອລ່າ ແບັລກອາຍ ໄດ້ຮັບລາງວັນເງິນສົດມູນຄ່າ 5,000,000 ກີບ.
ໂຄງການດັ່ງກ່າວເປັນການເປີດໂອກາດໃຫ້ໄວຫນຸ່ມລາວໄດ້ມີເວທີໃນການສະແດງຄວາມສາມາດທາງດ້ານການຮ້ອງເພັງ, ອີກທັງຍັງເປັນການສົ່ງເສີ່ມໃຫ້ໄວຫນຸ່ມລາວໄດ້ໃຊ້ເວລາວ່າງໃຫ້ເກີດປະໂຫຍດ ແລະ ມີຄວາມຄິດສ້າງສັນທາງດ້ານດົນຕີ.
ໃນຂະນະດຽວກັນຜະລິດຕະພັນເປບຊີ ກໍ່ໄດ້ມີໂອກາດໃນການໂຄສະນາ ແລະ ການຂາຍເພີ້ມຂື້ນ ພ້ອມດຽວກັນນີ້ກໍ່ຍັງເປັນການສ້າງແບຣນ Pepsi ໃຫ້ເປັນຍີ່ຫໍ້ນ້ຳອັດລົມອັນດັບໜຶ່ງ ໃນ ສປປ ລາວ ນໍຳອີກດ້ວຍ.