Menu

Official Launch of Luang Prabang Beer

ພິທີເປີດເບຍຫຼວງພະບາງຢ່າງເປັນທາງການ 11.03.2022

ໃນວັນທີ 11 ມີນາ 2022 ເວລາ 18:00ໂມງ, ບໍລິສັດ ເບຍລາວ ຈໍາກັດ ໄດ້ມີການເປີດໂຕເບຍໃໝ່ຂອງພວກເຮົາ ເບຍຫຼວງພະບາງ ຢ່າງເປັນທາງການ ທີ່ໂຮງແຮມ ອາວານີ ນະຄອນຫຼວງພະບາງ ໂດຍເປັນກຽດເຂົ້າຮ່ວມໃນງານຈາກ ທ່ານ ບຸນເລື່ອມ ມະນີວົງ, ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງ ພ້ອມດ້ວຍຄະນະ, ແຂກຜູ້ທີ່ມີກຽດຈາກບັນດາຕົວແທນ, ຄູ່ຮ່ວມທຸລະກິດ ບໍລິສັດເບຍລາວ ພ້ອມດ້ວຍຄະນະຜູ້ບໍລິຫານບໍລິສັດເບຍລາວ ກໍໄດ້ເດີນທາງເຂົ້າຮ່ວມງານດັ່ງກ່າວຢ່າງຄຶກຄື້ນເຊັ່ນກັນ.

“ເບຍຫຼວງພະບາງ” ແມ່ນ ໄດ້ແຮງບັນດານໃຈມາຈາກ ຄວາມອຸດົມສົມບູນຮັ່ງມີທາງດ້ານມໍລະດົກອັນຍາວນານ ແລະ ມີລັກສະນະສະເພາະທີ່ໂດດເດັ່ນຂອງນະຄອນຫຼວງເກົ່າ, ເບຍໃໝ່ນີ້ແມ່ນປຸງແຕ່ງໂດຍທີມງານຊ່ຽວຊານການຜະລິດເບຍຂອງພວກເຮົາທີ່ມີການຄັດສັນສ່ວນປະກອບຢ່າງພິຖີພິຖັນເພື່ອໃຫ້ໄດ້ເບຍທີ່ລົງຕົວທີ່ສຸດ ເໝາະແກ່ການດື່ມກັບອາຫານທີ່ແຊບຊ້ອຍ ແລະ ເປັນເອກະລັກສະເພາະຂອງແຂວງຫຼວງພະບາງ. ເບຍແມ່ນມີລົດຊາດທີ່ກົມກ່ອມ, ສົດຊື່ນ ແລະ ດື່ມງ່າຍ, ຜະລິດຢ່າງນຸ່ມນວນໂດຍການນໍາໃຊ້ ເຂົ້າມອລບາເລ, ຮ໋ອບ ແລະ ເຂົ້າພາຍໃນປະເທດລາວຂອງພວກເຮົາເພື່ອບົ່ງບອກເຖິງວິຖີຊີວິດທີ່ມີສະເໜ່ ແລະ ລຽບງ່າຍຂອງຊາວຫຼວງພະບາງ. ເບຍດັ່ງກ່າວມີຄວາມເຂັ້ມຂອງທາດເຫຼົ້າ 4.5%,ເຊິ່ງບັນຈຸໃນຂວດແກ້ວ ຂະໜາດ 330ມລ ແລະ ຈະມີຈໍາໜ່າຍສະເພາະໃນແຂວງຫຼວງພະບາງເທົ່ານັ້ນ.

ສໍາລັບການອອກແບບທີ່ງົດງາມນີ້ ແມ່ນພວກເຮົານໍາເອົາ 3 ສິນລະປິນຄົນລາວ ມາອອກແບບກາສະຫຼາກໃຫ້ແກ່ເບຍຫຼວງພະບາງພວກເຮົາ.ມັນເປັນການຕັດສິນໃຈທີ່ຍາກພໍສົມຄວນ ເນື່ອງຈາກທຸກຄົນແມ່ນມີຄວາມສາມາດສະເພາະຕົວທັງນັ້ນ, ແຕ່ວ່າໃນທ້າຍທີສຸດແລ້ວ, ພວກເຮົາໄດ້ເລືອກເອົາການແຕ້ມສີນໍ້າເທິງເຈ້ຍ ແຕ້ມໂດຍ ສິລະປິນ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ ທ່ານ ໂຄດສຸວັນ ຫົງສາ ເປັນຮູບແຕ້ມຂອງຖະໜົນ ສີສະຫວ່າງວົງ ທີ່ມີຊື່ສຽງທີ່ດຶງດູດຄວາມສົນໃຈຂອງສະຖານທີ່ອັນງົດງາມແຫ່ງນີ້ໄດ້ຢ່າງແທ້ຈິງ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບເບຍຫຼວງພະບາງ ແມ່ນສາມາດເບິ່ງໄດ້ທີ ເວັບໄຊຂອງພວກເຮົາ: www.beerlao.la/luangprabang.

Luang Prabang Beer” which inspired by the rich heritage and distinctive personality of the former royal capital, the new beer is crafted by our expert team of brewmasters using carefully selected ingredients for a perfectly balanced beer that pairs well with the delicious and unique local cuisine in Luang Prabang. Crisp in taste, refreshing and easy to drink, this smooth lager brewed using malted barley, hops and local Lao rice conveys the charming and relaxing lifestyle of Luang Prabang. The 4.5% ABV brew, which comes in a 330ml bottle, will be exclusively available in Luang Prabang.

 For the beautiful design we engaged three Lao artists to work on possible label designs for Luang Prabang Beer. It was a tough decision, as they are all incredibly talented, but in the end, we selected a watercolour on paper work by Vientiane-based artist Khotsouvanh Hongsa, whose drawing of the famous Sisavangvong Road truly captures the bustle of this magnificent place.

For more information on Luang Prabang Beer, log on to www.beerlao.la/luangprabang.