ບໍລິສັດ ເບຍລາວ ຈຳກັດ ໄດ້ລົງນາມຢ່າງເປັນທາງການໃນການເຂົ້າຮ່ວມ ໂຄງການສົ່ງເສີມຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໃນຄັ້ງວັນທີ 22 ມິຖຸນາ 2026. ການລົງນາມໃນຄັ້ງນີ້ເປັນບາດກ້າວອັນສໍາຄັນທີ່ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງພວກເຮົາໃນການສົ່ງເສີມຄວາມເທົ່າທຽມທາງເພດ ແລະ ສົ່ງເສີມບ່ອນເຮັດວຽກທີ່ມີສ່ວນຮ່ວມ ທີ່ທຸກຄົນມີໂອກາດໃນການເຕີບໂຕ ແລະ ປະສົບຜົນສໍາເລັດ.
ໃນການລົງນາມໃນຄັ້ງນີ້, ບໍລິສັດ ເບຍລາວ ຈໍາກັດ ມຸ່ງໝັ້ນທີ່ຈະສົ່ງເສີມຄວາມເທົ່າທຽມທາງເພດເຂົ້າໃນແນວທາງການດໍາເນີນທຸລະກິດ, ນະໂຍບາຍ ແລະ ວັດທະນະທຳຂອງພວກເຮົາ. ຄວາມມຸ່ງໝັ້ນນີ້ສະໜັບສະໜູນເປົ້າໝາຍຂອງພວກເຮົາໃນການບັນລຸ 40% ຂອງແມ່ຍິງໃນບົດບາດຜູ້ນຳຂັ້ນອາວຸໂສພາຍໃນປີ 2030 ແລະ ເສີມສ້າງຄຸນຄ່າທາງດ້ານ ຄວາມຫຼາກຫຼາຍ, ຄວາມເທົ່າທຽມ ແລະ ການມີສ່ວນຮ່ວມ (DE&I) ຂອງພວກເຮົາ ທີ່ເຊື່ອວ່າມຸມມອງທີ່ຫຼາກຫຼາຍມີສ່ວນຊ່ວຍໃຫ້ທຸລະກິດມີຜົນການດໍາເນີນງານທີ່ເຂັ້ມແຂງຂຶ້ນ ແລະ ການເຕີບໂຕທີ່ຍືນຍົງ.
LBC has officially signed the United Nations Women’s Empowerment Principles (WEPs) on 22 June 2026. This important milestone reflects our ongoing commitment to advancing gender equality and fostering inclusive workplace where everyone has the opportunity to thrive and succeed.
Through this commitment, we commit to embed gender equality into our business practices, policies, and culture, we aim to build a more inclusive and equitable organization. This commitment supports our ambition of achieving 40% women in senior leadership roles by 2030 and reinforces our DE&I values that diverse perspectives contribute to stronger business performance and sustainable growth.