Menu

Lao Brewery Officially Opened new Safety Bridge

Lao brewery Ltd open a new pedestrain bridge across Thadeua Road in Vientiane to link the Lao Brewery company's factory and Lao Brewery office building.

President of Lao Brewery Company Mr.Sounthone Phommachack, President & CEO of Carlsberg Group Mr Cees't Hart, President of the Lao Trade Union Federation Pane Noymany, and Managing Director of Lao Brewery Mr. Henrik Andersen, cut the ribbon on Wednesday April 03rd 2019.

ເພຶ່ອ​ເປັນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຂອງ​ບໍ​ລິ​ສັດ​ຢ່າງ​ຄົບ​ຖ້ວນ​ທີ່​ມີ​ຕໍ່​ກັບ​ພັກ-ລັດ​ຖະ​ບານ ພະ​ນັກ​ງານ ກຳ​ມະ​ກອນ​ກໍ​ຄື ການ​ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ສັງ​ຄົມ​ຂອງ​ພວກ​ເຮົາ, ບໍ​ລິ​ສັດ​ເບຍ​ລາວ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ໃນ​ການ​ຈ່າຍ​ພັນ​ທະ​ງົບ​ປະ​ມານ​ໃນ​ແຕ່​ລະ​ປີ​ໃຫ້​ແກ່​ລັດ​ຖະ​ບານ ແລະ ຖື​ເປັນ​ອັນ​ດັບ​ຕົ້ນໆ​ຂອງ​ປະ​ເທດ ເຊິ່ງ​ໃນ​ປີ 2018 ພວກ​ເຮົາ​ໄດ້​ຈ່າຍ​ພັນ​ທະ​ເປັນ​ມູນ​ຄ່າ 2.200 ກ່​ວາ​ຕື້​ກີບ ແລະ ໃນ​ປີ​ຜ່ານ​ມາ ພວກ​ເຮົາ​ໄດ້​ລົງ​ທຶນ​ມະ​ຫາ​ສານ​ເຂົ້າ​ໃນ​ການ​ສ້າງ​ຂົວ​ຂ້າມ​ທາງ​ເພຶ່ອ​ຄວາມ​ປອດ​ໄພ​ຂອງ​ພະ​ນັກ​ງານ ແລະ ຜູ້​ສະ​ຫນອງ​ຂອງ​ພວກ​ເຮົາ ເຊິ່ງ​ສະ​ເລ່ຍ​ແຕ່​ລະ​ມື້​ມີ​ຄົນ​ຂ້າມ​ທາງ​ຫລາຍ​ກ່​ວາ 500 ເທື່ອ​ຄົນ ແລະ ແຜນ​ໃນ​ຕໍ່​ຫ​ນ້າ​ຂອງ​ພວກ​ເຮົາ​ຈະ​ສ້າງ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃຫ້​ແຂກ​ໄດ້​ເຂົ້າ​ມາ​ຢ້ຽມ​ຢາມ​ບໍ​ລິ​ສັດ​ເພື່ອ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ໃນ​ລາວ​ອີກ​ດ້ວຍ. ໂຄງ​ການ​ດັ່ງ​ກ່າວ ໃຊ້​ງົບ​ປະ​ມານ​ໃນ​ການກໍ່​ສ້າງ​ທັງ​ຫມົດ​ປະ​ມານ 8 ຕື້​ກ່​ວາ​ກີບ ເປັນ​ການ​ລົງ​ທຶນ​ທັງ​ຫມົດ​ຂອງ​ບໍ​ລິ​ສັດ​ເບຍ​ລາວ​ເອງ.