The Lao Brewery Company (LBC) stepped up to energise the national celebration of the 140th International Labour Day by supporting a “Walk for Health” at the iconic Patuxay Park on May 1.
The event, marking the historic period from May 1, 1886 to May 1, 2026, was graced by the President of the Lao Front for National Development, Prof. Dr Kikeo Khaykhamphithoune.
Also in attendance were leaders of the Lao Federation of Trade Unions (LFTU), ministerial trade unions, and a vibrant assembly of workers and trade union members from across Vientiane.
To foster a spirit of health and solidarity, the management and Trade Union Executive Committee of the Lao Brewery Company led a large group of their own employees in the walk, contributing to the lively atmosphere of the day.
The Lao Brewery Company further bolstered the event by contributing T-shirts and Tigerhead drinking water, and setting up water distribution stations, providing support worth a total of 154,000,000 kip.
The official handover took place between CA, CSR and Sustainability Director and President of the Trade Union at Lao Brewery company Mr Sithixay Kettavong, and the Vice President of the LFTU, Mr Vilay Vongkhaseum, and was witnessed by officials from both organisations.
This latest contribution underscores a partnership between the Lao Brewery Company and the LFTU that has flourished for more than a decade. The company’s involvement serves to honour and appreciate the workforce as the driving force behind the nation’s continued development.
Source: Vientiane Times
ພະນັກງານບໍລິສັດເບຍລາວ ຈໍາກັດມີຄວາມພໍໃຈຫຼາຍຕໍ່ນະໂຍບາຍສະຫວັດດີການ
ພັກ-ລັດຍາມໃດກໍເຫັນຄວາມສໍາຄັນ ໃນການປະຕິບັດນະໂຍບາຍຕໍ່ຊາວຜູ້ອອກແຮງງານ, ພະນັກງານ-ລັດຖະກອນ ໃນທຸກຂະແໜງການ ໂດຍສະເພາະພະນັກງານບໍລິສັດ ເບຍລາວ ຈໍາກັດ ແມ່ນມີຄວາມພໍໃຈຫຼາຍ ຕໍ່ນະໂຍບາຍສະຫວັດດີການຕ່າງໆຈາກບໍລິສັດ. ທ່ານ ນາງ ຈໍາປາ ທອງ ພັນທະວົງ ຫົວໜ້າຝ່າຍບໍລິຫານ ບໍລິສັດເບຍລາວ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນ ໂອກາດເຂົ້າຮ່ວມຂະບວນການຍ່າງ ເພື່ອສຸຂະພາບສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026) ທີ່ຈັດຂຶ້ນໃນວັນທີ 1 ພຶດສະພາຜ່ານມານີ້ ທີ່ສວນປະຕູໄຊ.
ທ່ານ ນາງ ຈໍາປາທອງ ພັນທະວົງ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ: ການໄດ້ມາເຂົ້າຮ່ວມໃນໂອກາດວັນສໍາຄັນໃນຄັ້ງນີ້, ຖືວ່າເປັນໂອກາດມິດໝາຍອັນດີໄດ້ພົບປະ-ໄດ້ເຫັນຜູ້ຄົນຫຼາກຫຼາຍມາຈາກອົງການ, ກະຊວງ ແລະ ອື່ນໆ ທັງພາກລັດ ແລະ ເອກະຊົນ ໄດ້ເຂົ້າມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງວັນດັ່ງກ່າວຢ່າງເປັນຂະບວນຟົດຟື້ນ ຊຶ່ງວັນກໍາມະກອນສາກົນໃນປີນີ້ພໍດີຄົບຮອບ 140 ປີ ຊຶ່ງ ເປັນອີກວັນໜຶ່ງທີ່ມີຄວາມໝາຍສໍາຄັນຕໍ່ຊາວຜູ້ອອກແຮງງານໃນທົ່ວໂລກ. ແຕ່ລະປີເມື່ອຮອດວັນດັ່ງກ່າວຕົນເອງກໍໄດ້ຕາງໜ້າໃຫ້ບໍລິສັດ ເບຍລາວ ຈໍາກັດ ນໍາພາທີມງານຫຼາຍຄົນມາເຮັດກິດຈະກໍາແຈກເຄື່ອງດື່ມຂອງບໍລິສັດເຊັ່ນ: ນໍ້າດື່ມຫົວເສືອ, ສະຕິງ ແລະ ອື່ນໆ ໃຫ້ຜູ້ທີ່ມາເຂົ້າຮ່ວມໄດ້ດື່ມນໍ້າເພື່ອຕື່ມພະລັງ ຖຶວ່າເປັນກິດຈະກໍາໜຶ່ງທີ່ ບໍລິສັດ ເບຍລາວ ຈໍາກັດ ໄດ້ໃຫ້ການສະໜັບສະໜູນດ້ວຍດີຕະຫຼອດທຸກໆປີໃນໂອກາດວັນດັ່ງກ່າວ.
ທ່ານ ນາງ ຈໍາປາທອງ ພັນທະວົງ ໃຫ້ຮູ້ຕື່ມວ່າ: ຜ່ານມາ, ບໍລິສັດ ເບຍລາວ ຈໍາກັດ ໄດ້ປະຕິບັດນະໂຍບາຍ ສະຫວັດດີການຕ່າງໆຕໍ່ພະນັກງານທຸກຄົນແມ່ນມີຄວາມພໍໃຈຫຼາຍ. ພ້ອມນັ້ນ, ພະນັກງານບໍລິສັດ ຍັງມີປະກັນສັງຄົມ (ອປສ), ມີປະກັນສຸຂະພາບ APA ຈາກທະນາຄານພົງສະຫວັນ ທີ່ໄດ້ຄຸ້ມຄອງສຸຂະພາບຢ່າງໜ້າເພິ່ງພໍໃຈ. ນອກຈາກໃຫ້ບໍລິການຢູ່ໂຮງໝໍລັດແລ້ວຍັງມີການບໍລິການຢູ່ ໂຮງໝໍເອກະຊົນຫຼາຍແຫ່ງຕື່ມອີກ. ພະນັກງານທຸກຄົນຍັງໄດ້ຮັບນະໂຍບາຍຈາກ 3 ອົງການຈັດຕັ້ງຂອງບໍລິສັດໃນເວລາຈໍາເປັນ. ຕະຫຼອດໄລຍະຜ່ານມາ, ພະນັກງານທຸກຄົນໄດ້ເຮັດວຽກຢ່າງເຕັມທີ່ຕາມພາລະບົດບາດຂອງບໍລິສັດມອບໝາຍໃຫ້ຢ່າງມີຜົນສໍາເລັດ.
ໃນໂອກາດວັນກໍາມະກອນສາກົນ 1 ພຶດສະພາ ຄົບຮອບ 140 ປີ, ທ່ານ ນາງ ຈໍາປາທອງ ພັນທະວົງ ຍັງໄດ້ອວຍພອນໄຊອັນປະເສີດ ໃຫ້ຊາວຜູ້ອອກແຮງານ, ຊົນຊັ້ນກໍາ ມະກອນທຸກທົ່ວໜ້າ ຈົ່ງມີສຸຂະພາບ ພະລານາໄມແຂງແຮງ, ເຂັ້ມແຂງສືບ ຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນຮັບຜິດຊອບໃຫ້ມີຜົນສໍາເລັດສູງ.