Menu

ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດຄາສເບີກສາກົນ ເຂົ້າຢ້ຽມຢາມທ່ານນາຍົກລັດຖະມົນຕີ

ວັນທີ 3 ເມສາ 2019 ນີ້ ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ທ່ານ​ນາ​ຍົກໄດ້ເປັນກຽດຢ່າງສູງໃຫ້ ທ່ານ Cees t’Hart ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດຄາສເບີກສາກົນ ພ້ອມດ້ວຍຄະນະຜູ້ບໍລິຫານບໍລິສັດເບຍລາວ ເຂົ້າຢ້ຽມຄໍານັບ ເນື່ອງໃນໂອກາດມາຢ້ຽມຢາມທຸລະກິດໃນເຄືອຄາສເບີກໃນພາກພື້ນເອເຊຍ ທ່ານ Cees t’Hart ໄດ້ມາຢ້ຽມຢາມລາວ ແຕ່ວັນທີ 2-4 ເມສາ 2019

ໃນໂອກາດນີ້ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວໄດ້ນໍາພາຄະນະທຸລະກິດດັ່ງກ່າວເຂົ້າຢ້ຽມຄໍານັບທ່ານນາຍົກລັດຖະມົນຕີເຊິ່ງໃນໂອກາດດັ່ງ ກ່າວ ທ່ານ Cees t’Hart ໄດ້ລາຍງານໂດຍຫຍໍ້ສະພາບການດໍາເນີນທຸລະກິດໃນເຄືອຄາສເບີກທົ່ວໂລກ ແລະ ສະພາບການລົງທຶນທີ່ປະສົບຜົນສໍາເລັດໃນບໍລິສັດເບຍລາວໃນນາມທີ່ເປັນຜູ້ຖືຫຸ້ນລາຍໃຫຍ່ໃຫ້ທ່ານນາຍົກຮັບຊາບ ເຊິ່ງແຕ່ລະປີບໍລິສັດເບຍລາວໄດ້ເປັນຜູ້ມອບລາຍຮັບໃຫ້ລັດໄດ້ຫຼາຍກວ່າໝູ່, ສະເພາະປີ 2018 ນີ້ບໍລິສັດເບຍລາວໄດ້ມອບພັນທະທັງໝົດ 2.2 ພັນຕື້ກວ່າກີບ ພ້ອມທັງ ແຈ້ງເຈດຈໍານົງໃນການປະກອບ ສ່ວນທຶນຮອນ ເຂົ້າໃນໂຄງການພັດທະນາການປູກເຂົ້າໃນລາວ ມູນຄ່າ 3 ລ້ານໂດລາສະຫະລັດ, ແລະ ທ່ານນາຍົກກໍໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ທັງຊີ້ນໍາໃນການດໍາເນີນທຸລະກິດຢູ່ໃນລາວໃຫ້ນັບມື້ນັບດີຂຶ້ນ ໂດຍສະເພາະໄດ້ແນະນໍາໃຫ້ສືບຕໍ່ສ້າງພະນັກງານພາຍໃນໃຫ້ຫຼາຍຂຶ້ນ, ນໍາໃຊ້ວັດຖູດິບ ແລະ ການບໍລິການພາຍໃນໃຫ້ຫຼາຍຂຶ້ນເພື່ອກະຕຸກຊຸກຍູ້ໃຫ້ທຸລະກິດໃນລາວໄດ້ເຕີບໃຫຍ່ຂະຫຍາຍ ຕົວ ຮ່ວມກັນ.