Menu

Badminton Beerlao Open 2018

ການແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ Badminton Beerlao Open 2018 ຮຸ່ນເຍົາວະຊົນ ແລະ ຊາວຫນຸ່ມທົ່ວໄປ ຊິງຂັນປະທານສະພາແຫ່ງຊາດລາວ

ການແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ Badminton Beerlao Open 2018 ຮຸ່ນເຍົາວະຊົນ ແລະ ຊາວຫນຸ່ມທົ່ວໄປ ຊິງຂັນປະທານສະພາແຫ່ງຊາດລາວ, ຄັ້ງທີ 18 ໄດ້ສຳ​ເລັດ​ການແຂ່ງຂັນແລ້ວ ໃນ​ວັນ​ທີ 5 ສິງ​ຫາ 2018 ທີ່​ຜ່ານ​ມາ ທີ່ສະໂມສອນກິລາດອກປີກໄກ່ບຶງຂະຫຍອງ, ໂດຍມີນັກກິລາເຂົ້າຮ່ວມການແຂ່ງຂັນຈຳນວນ 320 ກວ່າຄົນ, ມາຈາກ 27 ພາກສ່ວນ ໃນນັ້ນມີ 8 ແຂວງ ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ຄື: ແຂວງ ຈຳປາສັກ, ແຂວງ ອັດຕະປື, ແຂວງ ສະຫວັນນະເຂດ, ແຂວງ ຄຳມ່ວນ, , ແຂວງ ຫົວພັນ, ແຂວງ ຫລວງພະບາງ, ແຂວງ ໄຊຍະບູລີ, ແຂວງ ບໍ່ແກ້ວ ແລະ ບັນດາສະໂມສອນອ້ອມຂ້າງນະຄອນຫລວງວຽງຈັນເຂົ້າຮ່ວມ. ໂດຍມີການແຂ່ງຂັນທັງຫມົດ 12 ລາຍການປະກອບມີ: ປະເພດທີມຊາຍ ສະເພາະລາຍການນີ້ເປີດກວ້າງໃຫ້ນັກກິລາເຍົາວະຊົນ ແລະ ຊາວຫນຸ່ມສາມາດສົ່ງເຂົ້າຮ່ວມການແຂ່ງຂັນໄດ້ບໍ່ຈຳກັດ, ສ່ວນອີກ 11 ລາຍການກໍ່ໄດ້ແບ່ງອອກເປັນ 2 ຮຸ່ນຄື: ຮຸ່ນທົ່ວໄປມີ 5 ລາຍການປະກອບມີ ດ່ຽວຊາຍ, ດ່ຽວຍິງ, ຄູ່ຊາຍ, ຄູ່ຍິງ ແລະ ຄູ່ປະສົມ ປະເພດເຍົາວະຊົນຮຸ່ນອາຍຸບໍ່ເກີນ 17 ປີມີ 4 ລາຍການ ຄື: ດ່ຽວຊາຍ, ດ່ຽວຍິງ, ຄູ່ຊາຍ ແລະ ຄູ່ຍິງ.