Menu

Pepsi Singing Contest 2018

ຫໍວັດທະນາທຳແຫ່ງຊາດ

41673877_2202020916535358_5351320343606722560_o.png

.

ການປະກວດຮ້ອງເພງ ໂຄງການ Pepsi Singing Contest 7 ປະຈຳປີ 2018 ໄດ້ເດີນທາງມາເຖິງຮອບສຸດທ້າຍແລ້ວ ຫລັງຈາກທີ່ຂັບຄ້ຽວກັນມາເປັນເວລາ 4 ອາທິດເຕັມໆ ມີນ້ອງໆທີ່ສາມາດຜ່ານການຄັດເລືອກຈາກຄະນະກຳມະການທັງຫມົດ 12 ຄົນ ແລະ ທັງ 12 ຄົນໄດ້ຜ່ານການເທຣນຈາກຄູຝຶກຂອງທີມໂຕເອງຢ່າງເຂັ້ມຂຸ້ນ. ການປະກວດຮ້ອງເພງ ໂຄງການ Pepsi Singing Contest 7 ຮອບຕັດສິນຈະໄດ້ຈັດຂື້ນ ໃນວັນພະຫັດ ທີ 20 ກັນຍາ 2018 ທີ່ຫໍວັດທະນະທຳແຫ່ງຊາດ ເຊິ່ງຜູ້ຊະນະເລີດຈະໄດ້ຮັບລາງວັນລວມມູນຄ່າຫຼາຍກວ່າ 100 ລ້ານກີບ ແລະ ໄດ້ເຊັນສັນຍາເປັນສິນລະປິນໃນສັງກັດຂອງຄ້າຍເພັງທີ່ມີຊື່ສຽງ ໃນປະເທດລາວນຳອີກດ້ວຍ.

ຂໍເຊີນຊວນທຸກໆທ່ານ ເຂົ້າຮ່ວມເປັນກຳລັງໃຈໃຫ້ນ້ອງໆຜູ້ເຂົ້າປະກວດ ແລະ ຮ່ວມລຸ້ນນຳກັນວ່າ ໃຜ ຈະເປັນຜູ້ຊະນະເລີດໃນປີນີ້ !!

* ສະຖານທີ່ : ຫໍວັດທະນາທຳແຫ່ງຊາດ

* ເວລາ ແລະ ວັນທີ : 20 ກັນຍາ 2018 ຕັ້ງແຕ່ເວລາ 17:30Pm – 23:00Pm

* ເຂົ້າຊົມຟຣີ ບໍ່ເສຍຄ່າຜ່ານປະຕູ

* ສາມາດຕິດຕາມການຖ່າຍທອດສົດຜ່ານທາງ Facebook Live ຂອງ Page PepsiLaos

#PepsiLaos #PepsiSinging7 #PSC7 #LiveForNow #ເຕັມທີ່ກັບຊີວິດ